ມູນນິທິລຽວໂຕວ໌ຮ່ວມໃຈເພື່ອການສຶກສາ ມີຄວາມຕັ້ງໃຈໃນການປະເມີນຜົນການດຳເນີນງານຂອງໂຄງການຕ່າງໆ ຜ່ານການຕິດຕາມ ແລະ ປະເມີນຜົນຢ່າງສະໝ່ຳສະເໝີ ພວກເຮົາມີການຕິດຕາມເຊັ່ນ: ຜົນການຮຽນຂອງນັກຮຽນທີ່ໄດ້ຮັບທຶນ, ອັດຕາການຮຽນຈົບຂອງນັກຮຽນທີ່ໄດ້ຮັບທຶນ. ເພື່ອປະເມີນຄວາມກ້າວໜ້າຂອງໂຄງການ ແລະ ກຳນົດຂອບເຂດທີ່ຕ້ອງໄດ້ປັບປຸງ
ມູນນິທິໄດ້ຮັບເງິນບໍລິຈາກສ່ວນຫຼາຍແມ່ນຈາກສິດເກົ່າລຽວໂຕວ໌ທົ່ວໂລກ ທັງພາຍໃນ ແລະ ຕ່າງປະເທດ ແລະ ຈາກບຸກຄົນທົ່ວໄປ, ນິຕິບຸກຄົນ. ພວກເຮົາປະຕິບັດຕາມກົດລະບຽບ ແລະ ຫຼັກເກນທາງດ້ານການເງິນຢ່າງເຄັ່ງຄັດດ້ວຍ ຄວາມໂປ່ງໃສ່ກວດສອບໄດ້, ໂດຍໃຫ້ແນ່ໃຈວ່າເງິນບໍລິຈາກທຸກໆກີບຈະໄດ້ຖືກນຳໃຊ້ ສະໜັບສະໜູນນັກຮຽນ ແລະ ໂຄງການການສຶກສາຕ່າງໆຢ່າງມີປະສິດທິພາບສູງສຸດ.
ພວກເຮົາຮັບຮູ້ຄວາມສໍາຄັນຂອງການຮ່ວມມືໃນການບັນລຸການປ່ຽນແປງທີ່ຍືນຍົງ. ພວກເຮົາຊອກຫາຄູ່ຮ່ວມງານ, ໂຮງຮຽນ, ອົງການ NGO ແລະ ພາກສ່ວນລັດເພື່ອເຮັດໃຫ້ຜົນກະທົບຂອງພວກເຮົາສູງສຸດແລະສາມາດບັນລຸໄດ້.
ທ່ານສາມາດສ້າງຄວາມແຕກຕ່າງໃນຊີວິດເຍົາວະຊົນ ແລະ ໄວໜຸ່ມໄດ້ ສະໜັບສະໜຸນພາລິກິດຂອງພວກເຮົາໂດຍ: