ກ່ຽວກັບເຮົາ
ຈຸດເລິ່ມຕົ້ນຂອງມູນນິທິການສຶກສານີ້ ແມ່ນເລິ່ມແຕ່ປີ 2007 ຕົວແທນສິດເກົ່າລຽວໂຕວ໌ທົ່ວໂລກ ໄດ້ປະຊຸມປຶກສາຫາລືກັນຢູ່ບາງກອກປະເທດໄທ ແລະ ເຫັນດີເປັນເອກະພາບກັນໃນການສ້າງຕັ້ງ ” ກອງທຶນລຽວໂຕວ໌ທົ່ວໂລກ ” . ກອງທຶນດັ່ງກ່າວແມ່ນ ອົງກອນທີ່ບໍ່ຫວັງຜົນກໍາໄລ ແລະ ບໍ່ໄດ້ເຂົ້າຮ່ວມ ຫຼື ມີສ່ວນຮ່ວມໃນກິດຈະກໍາການຂັດແຍ້ງທາງເຊື້ອຊາດ, ການເມືອງ ຫຼື ສາສະໜາ. ໂດຍມີຈຸດປະສົງໃນການປູກຝັງ ພອນສະຫວັນຂອງນັກຮຽນລຽວໂຕວ໌, ສົ່ງເສີມການສຶກສາຂອງໂຮງຮຽນລຽວໂຕວ໌ ແລະ ພັດທະນາຄວາມສາມາດທາງດ້ານວິຊາການ.
ເພື່ອເຮັດໃຫ້ການດຳເນີນງານຂອງກອງທຶນລຽວໂຕວ໌ທົ່ວໂລກ ມີຄວາມຍືນຍົງ ແລະ ມີການພັດທະນາຂະຫຍາຍຕົວຢ່າງຕໍ່ເນື່ອງ, ຕົວແທນສິດເກົ່າລຽວໂຕວ໌ທົ່ວໂລກໄດ້ມີການປຶກສາຫາລື ແລະ ເຫັນດີເປັນເອກະພາບກັນໃນທ້າຍປີ 2003 ໃນການສ້າງຕັ້ງເປັນມູນນິທິທາງດ້ານການສຶກສາ ຢູ່ ສປປ ລາວ. “ມູນນິທິ ລຽວໂຕວ໌ຮ່ວມໃຈເພື່ອການສຶກສາ” ຈິ່ງໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ໃນວັນທີ 22 ເດືອນ 2 ປີ 2024 ໂດຍໄດ້ຮັບການອະນຸມັດຈາກກະຊວງພາຍໃນ ຂໍ້ຕົກລົງເລກທີ 152/ພນ. ໂດຍມີການເຄື່ອນໄຫວໃນຂອບເຂດທົ່ວປະເທດໃນຂະແໜງສຶກສາທິການ ແລະ ກິລາ.
ເພື່ອເຮັດໃຫ້ເຂົ້າເຖິງການສຶກສາທີ່ມີຄຸນນະພາບ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ ນັກຮຽນທີ່ດ້ອຍໂອກາດ ແລະ ນັກຮຽນທີ່ມີພອນສະຫວັນໃນລາວໃຫ້ມີທ່າແຮງຢ່າງເຕັມທີ່.
ເຍົາວະຊົນ ແລະ ໄວໝຸ່ມທຸກຄົນມີໂອກາດໄດ້ຮັບການສຶກສາທີ່ມີຄຸນນະພາບ, ລົບລ້າງຄວາມທຸກຍາກ ແລະ ປະກອບສ່ວນເຂົ້າໃນສ້າງສາພັດທະນາສັງຄົມ.