ເພື່ອເຮັດໃຫ້ເຂົ້າເຖິງການສຶກສາທີ່ມີຄຸນນະພາບ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ ນັກຮຽນທີ່ດ້ອຍໂອກາດ ແລະ ນັກຮຽນທີ່ມີພອນສະຫວັນໃນລາວໃຫ້ມີທ່າແຮງຢ່າງເຕັມທີ່.
ກ່ຽວກັບເຮົາ
ຈຸດເລິ່ມຕົ້ນຂອງມູນນິທິການສຶກສານີ້ ແມ່ນເລິ່ມແຕ່ປີ 2007 ຕົວແທນສິດເກົ່າລຽວໂຕວ໌ທົ່ວໂລກ ໄດ້ປະຊຸມປຶກສາຫາລືກັນຢູ່ບາງກອກປະເທດໄທ ແລະ ເຫັນດີເປັນເອກະພາບກັນໃນການສ້າງຕັ້ງ ” ກອງທືນລຽວໂຕວ໌ທົ່ວໂລກ ” . ກອງທຶນດັ່ງກ່າວແມ່ນ ອົງກອນທີ່ບໍ່ຫວັງຜົນກໍາໄລ ແລະ ບໍ່ໄດ້ເຂົ້າຮ່ວມ ຫຼື ມີສ່ວນຮ່ວມໃນກິດຈະກໍາການຂັດແຍ້ງທາງເຊື້ອຊາດ, ການເມືອງ ຫຼື ສາສະໜາ.
ມູນນິທິລຽວໂຕວ໌ຮ່ວມໃຈເພື່ອການສຶກສາ ມີຄວາມຕັ້ງໃຈໃນການປະເມີນຜົນການດຳເນີນງານຂອງໂຄງການຕ່າງໆ ຜ່ານການຕິດຕາມ ແລະ ປະເມີນຜົນຢ່າງສະໝ່ຳສະເໝີ ພວກເຮົາມີການຕິດຕາມເຊັ່ນ: ຜົນການຮຽນຂອງນັກຮຽນທີ່ໄດ້ຮັບທຶນ, ອັດຕາການຮຽນຈົບຂອງນັກຮຽນທີ່ໄດ້ຮັບທຶນ. ເພື່ອປະເມີນຄວາມກ້າວໜ້າຂອງໂຄງການ ແລະ ກຳນົດຂອບເຂດທີ່ຕ້ອງໄດ້ປັບປຸງ.
ຂອບເຂດການຊ່ວຍເຫຼືອ
ມູນນິທິລຽວໂຕວ໌ຮ່ວມໃຈເພື່ອການສຶກສາ ແມ່ນບໍ່ໄດ້ຈຳກັດສະເພາະຊ່ວຍເຫຼືອໂຮງຮຽນລຽວໂຕວ໌ ມູນນິທິມີເປົ້າໝາຍໃຫ້ການຊ່ວຍເຫຼືອໂຮງຮຽນໃນຂອບເຂດທົ່ວປະເທດ, ໂດຍມີຈຸດປະສົງຫຼັກຄື:
ຂ່າວສານ ແລະ ກິດຈະກຳຕ່າງໆ